Select Location
∨ ເງືອນໄຂຂອງການປະກັນໄພລົດແບບບັງຄັບ
-
ເງືອນໄຂຄຸ້ມຄອງ
ການປະກັນໄພລົດແບບບັງຄັບ ຄຸ້ມຄອງສະເພາະຄວາມເສຍຫາຍ ຕໍ່ ບົກຄົນທີສາມ ໃນກໍລະນີບາດເຈັບ, ເສຊຍຊີວິດ ຫຼື ພິການຖາວອນ, ຄວາມເສຍຫາຍທາງດ້ານວັດຖຸ ຈາກອຸປະຕິເຫດທີ່ເກີດໂດຍລົດ ທີ່ໄດ້ຮັບການປະກັນໄພເປັນຕົ້ນເຫດ. -
ເງືອນໄຂບໍ່ຄຸ້ມຄອງ
ການປະກັນໄພລົດແບບບັງຄັບ ບໍ່ຄຸ້ມຄອງກໍລະນີ:- ຄວາມເສຍຫາຍ ຕໍ່ ລົດທີ່ໄດ້ຮັບການປະກັນໄພ;
- ຄວາມເສຍຫາຍ ຕໍ່ ຊີວິດ ແລະ ຊັບສິນ ຂອງຜູ້ຂັບຂີ່ ແລະ ຜູ້ໂດຍສານໃນລົດທີ່ໄດ້ຮັບການປະກັນໄພ;
- ຄວາມເສບຫາຍທີ່ເກີດຂຶ້ນໂດຍເຈດຕະນາຂອງຜູ້ຂັບຂີ່ ຫຼື ຜູ້ຖືກເຄາະຮ້າຍ ທີ່ພາໃຫ້ເກີດມີອຸປະຕິເຫດ;
- ກໍລະນີ ຜູ້ຂັບຂີ່ ລ່ວງລະເມີດໄຟອຳນາດ ຫຼື ກົດໝາຍ ທີ່ພາໃຫ້ເກີດອຸປະຕິເຫດ;
- ກໍລະນີ ຜູ້ຂັບຂີ່ ໃບຂັບຂີ່ຍານພາຫະນະໝົດກຳນົດເກີນ 3 ເດືອນ ຫຼື ໃບຂັບຂີ່ບໍ່ຖືກຕ້ອງຕາມຊະນິດຍານພາຫະນະ;
- ກໍລະນີ ຜູ້ຂັບຂີ່ ມີຄວາມເຂັ້ມຂຸ້ນຂອງທາດເຫຼົ້າໃນຮ່າງກາຍເກີນປະລິມານຕາມທີ່ກົດໝາຍກຳນົດ;
- ກໍລະນີ ຜູ້ຂັບຂີ່ ນຳໃຊ້ຢາເຊບຕິດອື່ນໆ ທີ່ເກືອດຫ້າມ;
- ກໍລະນີ ທີ່ມີຄວາມເສຍຫາຍທີ່ເກີດຈາກໄພພິບັດທຳມະຊາດ, ສົງຄາມ ການແຕກຕົວຂອງວັດຖຸປະລຳມະນູ, ການແຜ່ລັງສີ: ການກະທົບກະມັນຕະພາບລັງສີຈາກເຊື້ອໄຟປະລຳມະນູ.
Price:1KipThe difference in the purchase price may be caused by previous promotions in the store, please consult the seller for details
Recommended
-
- ປະກັນໄພລົດ ພາກບັງຄັບ – ລົດ 3 ລໍ້
- ₭250,000
Product review
100%Praise
A total of 0 people participated in the ratingAsk